ໃນຄະນະການຄົມມະນາຄົມດ້ວຍຮາງລົດໄຟຂອງມະຫາວິທະຍາໄລເຕັກນິກປະຍຸກຊຽງໄຮ,ນັກສຶກສາລາວຈຳນວນ 12 ຄົນໄດ້ຜ່ານການຮຽນພາສາຢູ່ມະຫາວິທະຍາໄລແຫ່ງນີ້ເຄິ່ງປີແລ້ວ.ປັດຈຸບັນພວກເຂົາກຳລັງເລີ່ມຕົ້ນຮຽນຫຼັກສູດວິຊາສະເພາະ,ເຂົາເຈົ້າມີຄວາມໃຝ່ຝັນ ຮ່ວມກັນເປັນໜຶ່ງດຽວກໍຄື--ການເປັນວິສະວະກອນລົດໄຟທີ່ດີທີ່ສຸດໃນປະເທດລາວ.ໃນປັດຈຸບັນ,ລົດໄຟຈີນລາວກຳລັງກໍ່ສ້າງ,ຄະນະການຄົມມະນາຄົມດ້ວຍຮາງລົດໄຟແມ່ນຈຸດເດັ່ນຂອງມະຫາວິທະຍາໄລເຕັກນິກປະຍຸກຊຽງໄຮ,ໂດຍຮ່ວມມືດ້ານການສຶກສາກັບມະຫາວິທະຍາໄລສຸພານຸວົງຂອງປະເທດລາວດຳເນີນການເຄື່ອນໄຫວເພື່ອໃຫ້ບໍລິການແກ່ລົດໄຟຈີນລາວ.ເດືອນ ກັນຍາ ປີ 2018,ມະຫາວິທະຍາໄລສຸພານຸວົງຄັດເລືອກນັກສຶກສາ 10 ກວ່າຄົນມາຮຽນວິຊາວິສະວະກຳລົດໄຟຢູ່ມະຫາວິທະຍາໄລເຕັກນິກປະຍຸກຊຽງໄຮ.