ບ້ານເຄີຢີຕັ້ງຢູ່ຕາແສງຊີສານເມືອງມີລື້ກິ່ງແຂວງປົກຄອງຕົນເອງຊົນເຜົ່າຮານີຮົງເຫີແຂວງຢຸນນານ,ຢູ່ແຫ່ງນີ້ມີພາບວິວທິດທັດທີ່ສວຍງາມ,ຮູບແບບພື້ນເມືອງຂອງບ້ານແມ່ນຖືກຮັກສາໄວ້ຢ່າງດີ.ປີ2013,ບ້ານເຄີຢີໄດ້ກໍ່ສ້າງເຮືອນໃໝ່,ດຳເນີນການດັດແປງບ້ານເກົ່າ,ບ້ານທີ່ເກົ່າແລະຫລ້າຫລັງໃນເມື່ອກ່ອນນີ້.ໃນປັດຈຸບັນກາຍເປັນບ້ານທີ່ສະພາບແວດລ້ອມນິເວດສວຍງາມດຶງດູດນັກທ່ອງທ່ຽວຈຳນວນຫຼາຍມາທ່ຽວຊົມ.