ເມືອງອານນິງແຂວງຢຸນນານ:ດອກກຸຫຼາບຈີຈາວຈະເບັ່ງບານ

2019-04-19 15:28:18 |ມາຈາກ: 新华网

ໃນບ້ານປາເຈີຍເມືອງອານນິງແຂວງຢຸນນານ,ດອກກຸຫຼາບຈີຈາວຈະເບັ່ງບານໃນເດືອນ ເມສາ.ຄຽງຄູ່ກັບອຸດສາຫະກຳປຸງແຕ່ງຜະລິດຕະພັນປານີດຂອງອານນິງທີ່ພັດທະນາຢ່າງຕໍ່ເນື່ອງ,ເນື້ອທີ່ປູກຝັງຂອງດອກກຸຫຼາບທີ່ບ້ານປາເຈີຍຂະຫຍາຍອອກຢ່າງບໍ່ຢຸດຢັ້ງ.ພາບວີວທິວທັດດອກກຸຫຼາບເຮັດໃຫ້ບ້ານປາເຈີຍມີຊື່ສຽງ,ໃນປັດຈຸບັນນີ້,ການປູກຝັງດອກກຸຫລາບປະເພດທີ່ກິນໄດ້ໃນບ້ານປາເຈີຍກາຍເປັນນາມບັດ(ຫລືສັນຍະລັກ)ການທ່ອງທ່ຽວທີ່ມີເອກະລັກສະເພາະຂອງຢຸນນານ.