ວັນທີ 28 ເມສານີ້ ຈະຈັດພິທີໄຂງານວາງສະແດງສິນລະປະສວນໂລກປັກກິ່ງຈີນ 2019 ເຊິ່ງເປັນອີກຄັ້ງໜຶ່ງທີ່ຈັດຂຶ້ນງານວາງສະແດງສິນລະປະສວນທີ່ມີລະດັບສູງສຸດໃນລໂກຫຼັງຈາກໄດ້ເປັນເຈົ້າພາບຈັດຂຶ້ນຢູ່ເມືອງຄຸນມິງໃນປີ 1999. ໃນງານວາງສະແດງສິນລະປະສວນຄັ້ງນີ້ ຈະມີ 110 ປະເທດ ແລະອົງການຈັດຕັ້ງສາກົນເຂົ້າຮ່ວມ ເຊິ່ງຈະສະແດງໃຫ້ເຖິງສິນລະປະໃນການເຮັດສວນທີ່ມີເອກະລັກພິເສດຂອງປະເທດຕ່າງໆ.ງານຄັ້ງນີ້ຈະເລີ່ມແຕ່ວັນທີ 28 ເມສາຈົນຮອດວັນທີ 7 ຕຸລາປີນີ້.