ໝີ​ແພນ​ດາ “ຢວນຢວນ”​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຢ່າງ​ເປັນ​ທາງ​ການ​ຢູ່​ນະ​ຄອນຫຼວງວຽນ

2019-05-22 17:16:51 |ມາຈາກ: CRI

ວັນ​ທີ 20 ພຶດ​ສະ​ພາ​ນີ້, ໝີ​ແພນ​ດາ​ໂຕ​ຜູ້ ຂອງ​ຈີນ​ທີ່​ມີ​ຊື່​ວ່າ “ຢວ​ນຢວນ” ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຢ່າງ​ເປັນ​ທາງ​ການ​ຢູ່​ສວນ​ສັດສະ​ຄອນບ​ຣູນນະ​ຄອນຫຼວງວຽນ​ປະ​ເທດ​ໂອ​ຕ​ຣິ​ສ​. ໝີ​ແພນ​ດາ “ຢວນຢວນ” ​ໄດ້​ເດີນ​ທາງ​ເຖິງ​ນະ​ຄອນຫຼວງວຽນ​ໃນ​ວັນ​ທີ 16 ເມ​ສາ​ຜ່ານ​ມາ ແລະ​ ຢູ່​ໃນ​ສວນ​ສັດ​ໂດຍ​ບໍ່​ເປີດ​ເຜີຍ​ຕົວ​ຕະຫຼອດ​ມາ. “ຢວນຢວນ”​ ຈະ​ດຳ​ລົງ​ຊີ​ວິດຮ່ວມ​ກັນ​ກັບ ໝີ​ແພນ​ດາໂຕ​ແມ່​ທີ່​ຊື່​ວ່າ “ຢາງ​ຢາງ” ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ສ​ວນ​ສັດ​ດັ່ງ​ກ່າວ​​ມາ​ຕະຫຼອດ​ນັບ​ແຕ່ ປີ 2003 ​ເປັນ​ຕົ້ນ​ມາ.