ບຸນເຂົ້າຕົ້ມ (ຫລືວັນບຸນໄຫວ້ບະຈ່າງ) ໃກ້ມາຮອດແລ້ວ, ສິນຄ້າເຂົ້າຕົ້ມຈຳນວນຫລາຍເລີ່ມເຂົ້າສູ່ທ້ອງຕະຫຼາດ. ມີເຂົ້າຕົ້ມທີ່ມີລົດຊາດແຕກຕ່າງກັນເຊັ່ນ: ເຂົ້າຕົ້ມເຂົ້າຫອມ, ເຂົ້າຕົ້ນໄສ້ໄສ້ກອກ, ເຂົ້າຕົ້ມໄສ້ຊີ້ນ... ເຊິ່ງເປັນຫລາຍຕົວເລືອກໃຫ້ແກ່ຊາວເມືອງ. ເຂົ້າຕົ້ມຊິງຊວຍຂອງຄຸນໝິງ, ເຂົ້າຕົ້ມເຂົ້າຫອມຂອງເມືອງຊີຢົງຟິງກິ່ງແຂວງຫົງເຫີ, ເຂົ້າຕົ້ມຂອງຊົນເຜົ່າໄທລື້ສິບສອງພັນນາ, ແລະຍັງມີເຂົ້າຕົ້ນຂອງໄທ, ຫວຽດນາມແລະເຂົ້າຕົ້ມປະເພດອື່ນໆ, ເຊິ່ງແຕ່ລະປະເພດກໍລ້ວນແຕ່ມີລັກສະນະພິເສດ, ໃນຕະຫຼາດ, ຊາວເມືອງພາກັນມາຊື້ເຂົ້າຕົ້ມກັບບ້ານເພື່ອຊິມລົດຊາດອັນແຊບຊ້ອຍຂອງມັນ.