ວັນທີ 16-17 ມິຖຸນາ, ໃນງານວາງສະເເດງສິນຄ້າອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ ເເລະ ກອງປະຊຸມປຶກສາຫາລືດ້ານການຄ້າການລົງທຶນປີ 2019, ຊາວເມືອງຂອງນະຄອນຄຸນໝິງໃຊ້ເວລາໃນທ້າຍອາທິດມາທ່ຽວຊົມງານວາງສະແດງ, ສິນຄ້າຂອງປະເທດເນປານ, ປະເທດເກົາຫລີໃຕ້, ປະເທດໄທ, ປະເທດລາວ, ແຂວງຢຸນນານແລະອື່ນໆ,ເຮັດໃຫ້ຊາວເມືອງໄດ້ຮູ້ສຶກເຖິງວັດທະນະທຳປະເພນີຂອງຕ່າງປະເທດ, ພວກເຂົາເລືອກຊື້ສິນຄ້າ, ເບິ່ງຊົມຜົນສໍາເລັດທາງວິທະຍາສາດແລະເຕັກໂນໂລຢີໃນນີ້, ຊາວເມືອງທ່ຽວຊົມ ຫໍວາງສະແດງຕ່າງໆດ້ວຍຄວາມເບີກບານໃຈ.