ໂຮງຮຽນປະຖົມທີ່ເຕັມໄປດ້ວຍຮີດຄອງປະເພນີຊົນເຜົ່າຈິງໂປ

2019-06-24 17:34:33 |ມາຈາກ: 新华网

ໂຮງຮຽນປະຖົມຊົນເຜົ່າຢີ່ງຜານ ເມືອງສີ່ສານມາງຊີ້ ກິ່ງແຂວງປົກຄອງຕົນເອງຊົນເຜົ່າຈິງໂປຊົນເຜົ່າໄທລື້ເດີຫົງ ແຂວງຢຸນນານ, ເປັນໂຮງຮຽນປະຖົມທີ່ເຕັມໄປດ້ວຍຮີດຄອງປະເພນີຊົນເຜົ່າຈິງໂປ. ໂຮງຮຽນແຫ່ງນີ້ສ້າງຕັ້ງຂຶ້ນໃນປີ 1958, ປັດຈຸບັນມີນັກຮຽນ 369 ຄົນ, ໃນນັ້ນມີນັກຮຽນ 314 ຄົນເປັນຄົນຊົນເຜົ່າຈິງໂປ. ໂຮງຮຽນປະຕິບັດຕາມແນວຄິດທີ່ວ່າ “ສືບທອດວັດທະນະທຳຊົນເຜົ່າ,ກໍ່ສ້າງໂຮງຮຽນໃຫ້ກາຍເປັນຍີ່ຫໍ້ສີສັນພິເສດອັນມີຊື່ສຽງ”, ຕັ້ງຫນ້າເພື່ອໃຫ້ເດັກນ້ອຍຂອງຊົນເຜົ່າຈິງໂປ ແລະ ທຸກຊົນເຜົ່າເຕີບໃຫຍ່ຂຶ້ນຢ່າງມີຄວາມສຸກໃນໂຮງຮຽນທີ່ມີສະພາບແວດລ້ອມອັນສວຍງາມ.