“ດອກໄຫ້ຊ້າຍ”ອອກດອກເບັ່ງບານເທິງ ໜອງລູກູ

2019-06-29 17:10:18 |ມາຈາກ: 新华网

ດອກໄຫ້ຊ້າຍ ເປັນພືດສະຫງວນຂັ້ນສາມແຫ່ງຊາດ. ເດືອນ ມິຖຸນາ, ເທິງໜ້າຫນອງລູກູທີ່ຕັ້ງຢູ່ເຂດຕໍ່ແດນຂອງເມືອງນີງລ້າງແຂວງຢຸນນານກັບເມືອງຢານຢວນແຂວງເສສວນ, ມີດອກໄຫ້ຊ້າຍເປັນພັນເປັນໝື່ນຟູຢູ່ເທິງໜ້າໜອງທີ່ແຈ້ງໃສ, ບໍລິສຸດແລະສວຍງາມຈົນບໍ່ຢາກເດັດ.