ກຸ່ມບໍລິສັດຢຸນຟາງຢຸນນານກໍ່ສ້າງ“ສວນປະດິດສ້າງວັດທະນະທຳ”

2019-07-04 15:23:39 |ມາຈາກ: 中新社

ພາຍຫລັງການວາງແຜນການ, ສວນຂະແໜງການປະດິດສ້າງວັດທະນະທຳຢຸນຟາງຄຸນໝິງໄດ້ວາງ 6 ຫົວຂໍ້ຂອງການປະດິດສ້າງວັດທະນະທຳເພື່ອດຶງດູດຊາວເມືອງເຂົ້າມາທ່ຽວຊົມ ແລະ ໃຊ້ຈ່າຍ,ເຊິ່ງປະກອບມີຫົວຂໍ້ດັ່ງນີ້: ດົນຕີ, ສິນລະປະ, ຄວາມຮັກ, ເຕັກໂນໂລຢີ, ການອ່ານ ແລະ ປະຫວັດສາດ. ໃນເມື່ອກ່ອນ, ກຸ່ມບໍລິສັດຢຸນຟາງເປັນໂຮງງານຕ່ຳແຜ່ນຢຸນນານສ້າງຕັ້ງຂຶ້ນໃນປີ 1937, ໃນປັດຈຸບັນນີ້, ກໍຍັງຄົງດຳເນີນການຜະລິດເຄຶ່ອງຕ່ຳແຜ່ນ, ພ້ອມທັງກໍ່ສ້າງ ແລະ ເປີດເຂດການຄ້າຢຸນຟາງ, ເຊິ່ງກາຍເປັນຕະຫຼາດໃຫຍ່ທີ່ມີຊື່ສຽງໃນຢຸນນານ.