ບ່ອນພັກເຊົາ ຂອງນົກອົບພະຍົບທີ່ທະເລຮວາງ(ໂບ) (ໄລຍະ ທຳອິດ)ຖືກລົງທະບຽນຢ່າງເປັນທາງການໃນບັນຊີລາຍຊື່ມໍລະດົກໂລກ

2019-07-09 10:07:08 |ມາຈາກ: 新华网

ໃນກອງປະຊຸມມໍລະດົກໂລກຄັ້ງທີ 43 ທີ່ຖືກຈັດຂຶ້ນໃນວັນທີ 5 ກໍລະກົດ, ຄະນະກໍາມະການມໍລະດົກໂລກຂອງອົງການຢູເນັດສະໂກແຫ່ງສະຫະປະຊາຊາດ(UNESCO)ໄດ້ພິຈາລະນາເອົາທີ່ຕັ້ງບ່ອນພັກເຊົາຂອງນົກອົບພະຍົບທີ່ທະເລຮວາງ(ໂບ) (ໄລຍະທຳອິດ) ລົງທະບຽນຢ່າງເປັນທາງການໃນບັນຊີລາຍຊື່ມໍລະດົກໂລກ. ປະຈຸບັນນີ້ໂຄງການດັ່ງກ່າວໄດ້ກາຍເປັນມໍລະດົກໂລກຂອງແຫ່ງທີ່ 54 ຢູ່ປະເທດຈີນ.