ຮູບຖ່າຍທາງອາກາດຂອງສະຖານີລົດໄຟຄວາມໄວສູງນະຄອນຄຸນໝິງ

2019-07-11 17:35:59 |ມາຈາກ: 新华网

ສະຖານີລົດໄຟຄວາມໄວສູງແຫ່ງນີ້ຍັງມີອີກຊື່ຫນຶ່ງວ່າ :“ເຮືອນຂອງລົດໄຟຄວາມໄວສູງ”. ລົດໄຟຄວາມໄວສູງຂອງທຸກເຂດທົ່ວປະເທດ, ເມື່ອສຳເລັດການໃຊ້ງານແລ້ວກໍຈະແລ່ນເຂົ້າມາສະຖານີລົດໄຟຄວາມໄວສູງແຫ່ງດັ່ງກ່າວ, ໃນນີ້ລົດໄຟຈະໄດ້ຮັບການກວດກາ, ການທົດສອບ, ການສ້ອມແປງ ແລະ ບໍາລຸງຮັກສາ, ຫຼັງຈາກນັ້ນຈຶ່ງນຳໄປໃຊ້ວຽກຕໍ່ໄປ.


ສະຖານີລົດໄຟຄວາມໄວສູງຕັ້ງຢູ່ເຂດເຊິງກົງ ນະຄອນຄຸນໝິງ ແຂວງຢຸນນານ, ຫ່າງຈາກສະຖານີລົດໄຟຄວາມໄວສູງພາກໃຕ້ນະຄອນຄຸນໝິງປະມານ 8,6 ກິໂລແມັດ. ສະຖານີລົດໄຟຄວາມໄວສູງແຫ່ງນີ້ໄດ້ຖືກນໍາໃຊ້ໃນປີ 2016 ແລະ ໃນເດືອນຕຸລາປີ 2018 ໄດ້ເປີດໂຄງການ ປັບປຸງ ແລະ ຂະຫຍາຍຂີດຄວາມສາມາດ, ໃນປັດຈຸບັນນີ້, ມັນໄດ້ກາຍເປັນຖານການບັນຈຸ ແລະ ການກວດກາທີ່ໃຫຍ່ທີ່ສຸດໃນພາກຕາເວັນຕົກສຽງໃຕ້ຂອງຈີນ.