ຕອນຄ່ຳ ວັນທີ 13 ກໍລະກົດ, ໃນລະຫວ່າງງານວາງສະແດງດອກໄມ້ສາກົນນະຄອນຄຸນໝິງຈີນຄັ້ງທີ 20, “ການປະມູນດອກໄມ້ສົດ”ຄັ້ງທີ 2 ໄດ້ຈັດຂຶ້ນທີ່ສູນການຄ້າດອກໄມ້ສາກົນຄຸນໝິງ. ຜູ້ປະກອບການທຸລະກິດຮ້ານດອກໄມ້ 2500 ກວ່າແຫ່ງກໍເຂົ້າຮ່ວມກິດຈະກຳໃນຄັ້ງນີ້, ໃນງານໄດ້ນຳໃຊ້ຮູບແບບເຊັ່ນ: ຮູບພາບ, ວິດີໂອ, ການສະແດງສິລະປະດອກໄມ້ ແລະອື່ນໆ, ເພື່ອເປັນການສະແດງໃຫ້ເຫັນເຖິງວັດທະນະທຳດ້ານດອກໄມ້ຂອງຢຸນນານ.