ງານບຸນຫົວລ່ຽນເມືອງພູເຈເຮີຍ ແຂວງຢຸນນານປະເທດຈີນໄດ້ເປີດແລ້ວ

2019-07-19 17:48:55 |ມາຈາກ: 云南网

ວັນທີ 18 ກໍລະກົດ, ງານບຸນຫົວລ່ຽນເມືອງພູເຈເຮີຍແຂວງຢຸນນານປະເທດຈີນໃນສະໜາມຈ່ຽວລ່ຽນເມືອງຊິວເປີຍກິ່ງແຂວງປົກຄອງຕົນເອງຊົນເຜົ່າມົ້ງຊົນເຜົ່າຈ້ວງເຫວິນຊ່ານໄດ້ເປີດແລ້ວ. ງານບຸນຫົວລ່ຽນ, ແມ່ນງານບຸນປະເພນີທີ່ພິເສດຂອງຊົນເຜົ່າຢີຢູ່ເມືອງຊິວເປີຍ, ມາຮອດປັດຈຸບັນນີ້ ກໍປະຫວັດສາດພັນກວ່າປີແລ້ວ. ນັກທ່ອງທ່ຽວທີ່ມາຈາກທຸກເຂດກັບຊາວເມືອງທ້ອງຖິ່ນຂອງທຸກຊົນເຜົ່າໃຊ້ສີດຳທີ່ເຮັດມາຈາກຂີ້ເຖົ່າຂອງການຈູດເຟືອງເຂົ້າເພື່ອມາທາໃສ່ກັນ, ເພື່ອສົ່ງພອນຂອງງານບຸນໃຫ້ກັນ.