ການແຂ່ງຂັນມາລາທອນທະເລດອກໄມ້ຊົນນະບົດທີ່ສວຍງາມຂອງເມືອງເຖິງຊົງເລີ່ມຂຶ້ນແລ້ວ

2019-07-30 17:36:37 |ມາຈາກ: 云南日报

 

 

ວັນທີ 28 ເດືອນ ກໍລະກົດ, ການແຂ່ງຂັນມາລາທອນທະເລດອກໄມ້ຊົນນະບົດທີ່ສວຍງາມຂອງເມືອງເຖິງຊົງປີ 2019 ເລີ່ມຂຶ້ນແລ້ວທີ່ບ້ານເຈຍຖົວເມືອງເຖິງຊົງເມືອງເບົາຊານແຂວງຢຸນນານ, ຫົວຂໍ້ຂອງງານມາລາທອນຄັ້ງນີ້ແມ່ນ “ທະເລດອກໄມ້”. ເພື່ອເປັນການສ້າງເສັ້ນທາງມາລາທອນຊົນນະບົດທີ່ສວຍງາມທີ່ສຸດໃນແຂວງຢຸນນານ,ເມືອງເຖິງຊົງໄດ້ລົງທຶນເປັນຈຳນວນເງິນ 250 ລ້ານຢວນ, ເສັ້ນທາງການແຂ່ງຂັນທັງໝົດຍາວ 42,3 ກິໂລແມັດ, ກວ້າງ 5-6 ແມັດ, ໂດຍເຮັດໃຫ້ຜູ້ເຂົ້າຮ່ວມການແຂ່ງຂັນມາລາທອນຮູ້ສຶກຄືແລ່ນຢູ່ໃນທະເລດອກໄມ້, ເມືອງເຖິງຊົງຫວັງວ່າງານຄັ້ງນີ້ຈະເຮັດໃຫ້ຜູ້ທີ່ມັກແລ່ນມາລາທອນໄດ້ສຳຜັດປະສົບການການແລ່ນທີ່ແຕກຕ່າງອອກໄປ, ເພື່ອໃຫ້ບັນດາຜູ້ຮັກໃນການແລ່ນມາລາທອນຈາກທົ່ວທຸກບ່ອນຫລົງຮັກເມືອງເຖິງຊົງ.