ຢຸນນານໃນແບບທີ່ທ່ານຍັງບໍ່ເຄີຍເຫັນ

2019-08-05 18:11:04 |ມາຈາກ: Yunnan Gateway

ທ່ານ ລຸຝຸງຊຽວ ຊ່າງຖ່າຍຮູບ, ຮູບຖ່າຍທິວທັດປະເທດຈີນຈາກມຸມສູງ《ນິວຄານເຊິນຈິວ》ແມ່ນຜົນງານຮູບຖ່າຍຂອງລາວ,ເຊິ່ງເປັນຜົນງານທີ່ສັ່ນໄຫວຄວາມຮູ້ສຶກຂອງຫຼາຍໆຄົນ. “ການເດີນທາງພ້ອມກັບຖ່າຍຮູບປະເທດຈີນ”ແມ່ນມີຈຸດກຳເນີດມາຈາກຄວາມຝັນໃນໄວເດັກຂອງ ທ່ານ ລຸຝຸງຊຽວ ທີ່ຢາກຈະ “ອອກໄປທ່ອງເບິ່ງທົ່ວປະເທດຈີນ”.ໃນປີ 2006,ລາວລາອອກຈາກວຽກ ແລະອອກເດີນທາງໄປທົ່ວປະເທດຈີນ,ໃນລະຫວ່າງ 10 ກວ່າປີ, ທ່ານ ລຸຝຸງຊຽວ ທ່ອງທ່ຽວຮອບປະເທດຈີນ 5 ຄັ້ງ,ໂດຍຖ່າຍຮູບເພື່ອບັນທຶກທິວທັດອັນສວຍງາມຂອງການເດີນທາງ.

ໃນ 10 ປີທີ່ຜ່ານມາ,ທ່ານ ລຸຝຸງຊຽວ ໄດ້ “ເດີນທາງພ້ອມກັບຖ່າຍຮູບປະເທດຈີນ” 4 ຄັ້ງແລ້ວ, ຮູບທີ່ລາວຖ່າຍມີປະມານ 100 T,ຮູບຖ່າຍທາງອາກາດຂອງທຸກເຂດທີ່ສວຍງາມໃນປະເທດຈີນມີ 500000 ກວ່າຮູບ,ໃນຄັ້ງທີ 5 ທ່ານ ລຸຝຸງຊຽວ ຢາກຖ່າຍທິວທັດຂອງປະເທດຈີນໂດຍໃຊ້ VR 720°.

ທ່ານ ລຸຝຸງຊຽວ ເວົ້າວ່າ,“ແຂວງຢຸນນານແມ່ນສະຖານທີ່ທີ່ຂ້ອຍເຄີຍໄປຫລາຍທີ່ສຸດແຫ່ງໜຶ່ງ,ແມ່ນສະຖານທີ່ອັນສວຍງາມຫຼາຍ.ໃນຢຸນນານ,ນອກຈາກມີທິວທັດສວຍງາມ,ຍັງມີປະເພນີຂອງຊົນເຜົ່າອັນເລິກເຊິ່ງ,ຄົນຢຸນນານງາມ ແລະ ໃຈດີຫລາຍ. ໃນປີ 2008,ລາວມາຢຸນນານເປັນຄັ້ງທຳອິດ,ແລະຫຼັງຈາກນັ້ນ,ລາວກໍມາຢຸນນານໃນທຸກໆປີ.

ໂດຍຜ່ານ“ການເດີນທາງພ້ອມກັບຖ່າຍຮູບປະເທດຈີນ” ລາວຢາກໃຫ້ອີກຫຼາຍຄົນໄດ້ຮັບຮູ້ເຖິງຄວາມງາມຂອງປະເທດຈີນ, ແລະ ພວກເຮົາຫວັງວ່າ,ຈະໄດ້ເຫັນປະເທດຈີນໃນມຸມມອງທີ່ແຕກຕ່າງກັນ! ພວກເຮົາຍັງລໍຄອຍທີ່ຈະເຫັນຄວາມສວຍງາມຂອງແຂວງຢຸນນານໃນມຸມທີ່ແຕກຕ່າງ!

ແນະນຳບຸກຄົນ

ທ່ານ ລຸຝຸງຊຽວ

ນັກສິລະປະຊື່ດັງ,ຊ່າງຖ່າຍຮູບ,ນັກອອກແບບ,ນັກວິສະວະກອນຜູ້ມີຄວາມຊຳນານ,ນັກທ່ອງທ່ຽວ,ນັກຂຽນໜັງສືຈີນ,ນັກຫັດຖະກຳ.

ບັນຊີສາທາລະນະໃນເວີຍປໍ / Weibo:白中黑艺术