ຫຼັກສູດສືບທອດການຕັດຫຍິບເຜົ່າຢີໃນເມືອງໃຫຍ່

2019-08-06 18:04:07 |ມາຈາກ: 新华网

ວັນທີ 4 ສິງຫາ, ຫຼັກສູດສືບທອດການຕັດຫຍິບເຜົ່າຢີໄດ້ຈັດຂຶ້ນໃນສູນກາງສິລະປະວັດທະນະທຳເຂດຊາງນິງນະຄອນຊຽງໄຮ, ທ່ານນາງ ມາຊູຢິງ ອາຈານຊົນເຜົ່າຢີຂອງໂຮງຮຽນປະຖົມສູນກາງຫວາງເມົາລີນເມືອງຢວນຢາງແຂວງຢຸນນານໄດ້ເຜີຍແຜ່ຝີມືທັກສະການຕັດຫຍິບເຜົ່າຢີໃຫ້ແກ່ຜູ້ຮັກມັກໃນການຕັດຫຍິບ. ນັບແຕ່ປີ 2017, ທ່ານນາງ ມາຊູຢິງ ກັບ ອາສາສະໝັກທີ່ມາຈາກຊຽງໄຮຮ່ວມກັນການກໍ່ສ້າງ ຢຸນຊິວກົງຝັງ (ແມ່ນໂຮງງານແຫ່ງໜຶ່ງຜະລິດເຄື່ອງຕັດຫຍິບຂອງເຜົ່າຢີ), ໂຮງງານແຫ່ງນີ້ຈັດການຝືກອົບຮົມເລື່ອງການຖັກແສ່ວໃຫ້ແກ່ຜູ້ຍິງຂອງເມືອງຢວນຢາງ, ແລະ ຂາຍເຄື່ອງຫັດຖະກຳການຕັດຫຍິບເຜົ່າຢີທີ່ມີຮູບແບບເປັນເອກະລັກ, ຫຼາຍຄອບຄົວຈຶ່ງມີລາຍຮັບແລະໄດ້ຮັບການຕອບຮັບທີ່ດີຈາກສັງຄົມ.