ການເປີດງານວາງສະແດງຂະແໜງການວັດທະນະທຳ ປີ 2019 ຄວາມຄິດປະດິດສ້າງແຂວງຢຸນນານ

2019-08-09 15:47:06 |ມາຈາກ: 新华网

ໃນວັນທີ 8 ສິງຫາ, ງານວາງສະແດງຂະແໜງການວັດທະນະທຳ ປີ 2019 ຄວາມຄິດປະດິດສ້າງແຂວງຢຸນນານໄດ້ ເປີດຂຶ້ນຢູ່ທີ່ສູນວາງສະແດງສາກົນນະຄອນຄຸນໝິງ. ງານວາງສະແດງວັດທະນະທຳຄັ້ງນີ້ ແມ່ນການປະສົມປະສານກັນຂອງວັດທະນະທຳທີ່ພົ້ນເດັ່ນ, ຊຸກຍູ້ການພັດທະນາຂະແໜງການຄວາມຄິດປະດິດສ້າງ, ວາງສະແດງໂຄງການມໍລະດົກວັດທະນະທຳບໍ່ມີເປັນວັດຖຸ, ສະເໜີແນະນຳວັດທະນະທຳມູນເຊື້ອຊົນເຜົ່າສ່ວນນ້ອຍ. ລວມມີ 7 ຫໍວາງສະແດງໃຫຍ່, 7 ສະໜາມກິດຈະກຳຍ່ອຍ, ກິດຈະກຳທັງຫມົດ 20 ລາຍການສະແດງສະເໜ່ຂອງຂະແໜງການວັດທະນະທຳແຂວງຢຸນນານ, ໄດ້ດຶງດູດເອົາ 1300 ກວ່າວິສາຫະກິດຂະແໜງການວັດທະນະທຳພາຍໃນແລະຕ່າງປະເທດເຂົ້າຮ່ວມງານວາງສະແດງຄັ້ງນີ້. ໃນລະຫວ່າງງານວາງສະແດງ 5 ມື້ ຈະວາງສະແດງການພັດທະນາໃໝ່ຂະແໜງການວັດທະນະທຳແຂວງຢຸນນານຢ່າງຮອບດ້ານ.