ກິດຈະກຳ“ວັນ​ຢຸນ​ນານ”ໃນ​ງານ​ວາງ​ສະ​ແດງ​ພືດ​ສວນໂລກ​ປັກ​ກິ່ງ

2019-08-13 17:58:11 |ມາຈາກ: 云南日报

ວັນ​ທີ 11 ຫາ​ວັນ​ທີ 13 ສິງ​ຫາ, ໃນ​​ງານ​ວາງ​ສະ​ແດງ​ພືດ​ສວນ​ໂລກ​ປັກ​ກິ່ງປິ 2019​ ໄດ້​ຈັດ​ກິດ​ຈະກຳ “ວັນຢຸນ​ນານ” ແລະ ກິດຈະກຳແນະນຳການຄ້າການລົງທຶນແຂວງຢຸນນານ. ໃນລະຫວ່າງກິດຈະກຳມີການສະແດງຜະລິດຕະພັນຂອງແຂວງຢຸນນານເຊັ່ນ: ຊາຢຸນນານ, ກາເຟຢຸນານ, ຜັກຢຸນນານ, ໝາກໄມ້ຢຸນນານ ແລະ ອື່ນໆ, ມີການສະແດງຝີມືມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຂອງຢຸນນານ. ໂດຍຜ່ານການສະແດງສິລະປະ, ກອງປະຊຸມແນະນຳການຄ້າການລົງທືນ, ການວາງສະແດງສິນຄ້າ ແລະ ມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຂອງຢຸນນານ, ໄດ້ສະ​ແດງໃຫ້ໂລກເຫັນເຖິງສະເໜ່ ແລະ ເອກະລັກສະເພາະຂອງແຂວງ​ຢຸນ​ນານ.

ແຂວງ​ຢຸນ​ນານ​ແມ່ນ​ເຂດ​ທີ່​ມີ​ຊີ​ວະ​ນາໆ​​ພັ​ນຫຼາກຫຼາຍ​ທີ່​ສຸດ​ຂອງ​ຈີນ, ຖືກຂະ​ໜານ​ນາມ​ເປັນ “ອາ​ນາ​ຈັກ​ຂອງ​ສັດ” ແລະ​ “ອາ​ນາ​ຈັກ​ຂອງ​ພືດ”. ສວນຢຸນນານທີ່ຢູ່ໃນງານ​ວາງ​ສະ​ແດງ​ພືດ​ສວນໂລກ​ປັກ​ກິ່ງກໍເຫັນໄດ້ພືດຫຼາຍປະເພດ, ໃນສວນຢຸນນານມີພືດທັງຫມົດ 145 ປະເພດ, ປັດ​ຈຸ​ບັນ, ຄວາມຫຼາກຫຼາຍ​ທາງ​ຊີ​ວະ​ນາໆ​​ພັນຂອງ​ແຂວງ​ຢຸນ​ນານ​ເປັນ​ອັນ​ດັບ​ໜຶ່ງ​ໃນ​ທົ່ວ​ປະ​ເທດ, ອັດ​ຕາ​ປົກ​ຫຸ້ມ​​ຂອງ​ປ່າ​ໄມ້​​ແມ່ນ 60,3%, ​ຈັດ​ໃຫ້ຢູ່​ແຖວ​ໜ້າ​ຂອງ​ທົ່ວ​ປະ​ເທດ​ຈີນ.