ເດັກນ້ອຍພັນກວ່າຄົນປະສານສຽງ ແລະ ບັນເລງດົນຕີໃນນະຄອນຄຸນໝິງ

2019-08-16 17:21:12 |ມາຈາກ: 新华网

ຕອນຄ່ຳ ວັນທີ 14 ເດືອນສິງຫາ, ງານສະແດງຄ່ຳຄືນດົນຕີປະສານສຽງ ແລະ ບັນເລງດົນຕີ “ຂ້ອຍຮັກປະເທດຈີນ” ໂດຍນັກດົນຕີພັນກວ່າຄົນເພື່ອສະເຫຼີມສະຫຼອງຄົບຮອບ 70 ປີແຫ່ງການສະຖາປະນາປະເທດຈີນໃໝ່ໄດ້ຈັດຂຶ້ນໃນນະຄອນຄຸນໝິງ. ກອງດຸລິຍາງເນເອີຄຸນໝິງພ້ອມດ້ວຍນັກຮຽນ, ຄູທີ່ມາຈາກ 23 ເມືອງ ແລະ ແຂວງໃນປະເທດຈີນທັງໝົດພັນກວ່າຄົນຮ່ວມເສບດົນຕີເທິງເວທີ, ພວກເຂົາບັນເລງເພັງທີ່ມີຊື່ສຽງເຊັ່ນ: ຂ້ອຍຮັກປະເທດຈີນ, ເພງຜົນຜະລິດຈາກການຕຶກປາອັນອຸດົມສົມບູນ ແລະ ອື່ນໆ.