ທິວທັດຈາກມຸມສູງຂອງນະຄອນຄຸນໝິງ

2019-08-19 17:40:03 |ມາຈາກ: 新华网

ນະຄອນຄຸນໝິງທີ່ຕັ້ງຢູ່ພາກກາງຂອງແຂວງຢຸນນານ, ມັນແມ່ນສູນກາງໃນດ້ານການພັດທະນາສັງຄົມ, ວິທະຍາສາດ, ການສຶກສາ, ວັດທະນະທຳ, ເສດຖະກິດ, ການເມືອງ ແລະ ໃຈກາງການຄົມມະນາຄົມຂອງແຂວງຢຸນນານ. ເນື່ອງຈາກວ່າຄຸນຫມິງມີອຸນຫະພູມ ແລະ ຄວາມຊຸ່ມທີ່ເໝາະສົມແລະເຢັນສະບາຍ, ສະນັ້ນດອກໄມ້ຈຶ່ງເບັ່ງບານອອກດອກຕະຫຼອດປີ, ແລະ ຕົ້ນໄມ້ໃບຫຍ້າກໍຂຽວອຸ່ມທຸ່ມທຸກລະດູ, ດັ່ງນັ້ນ ຄຸນໝິງຈຶ່ງຖືກເອີ້ນວ່າ: ເມືອງລະດູບານໃໝ່.