ປີ 2016, ພາຍໃຕ້ຂໍ້ລິເລີ່ມຂອງກົມວັດຖຸບູຮານແຫ່ງຊາດ, ມູນນິທິປົກປັກຮັກສາວັດຖຸບູຮານຈີນໄດ້ເປີດໂຄງການ“ການດຳເນີນງານການສ້ອມແປງເຮືອນເກົ່າແກ່”, ໃນນັ້ນ ເມືອງຊີຜິງ ແຂວງຢຸນນານ ໄດ້ຮັບງົບປະມານເງິນສ້ອມແປງ 20 ລ້ານຢວນ.ເດືອນ ເມສາ ປີ 2018, ການສ້ອມແປງ ແລະ ປົກປັກຮັກສາເຮືອນເກົ່າໄດ້ເປີດການດຳເນີນງານຂຶ້ນຢ່າງເປັນທາງການ,ປະຈຸບັນໄດ້ມີການສ້ອມແປງເຮືອນເກົ່າ 18 ຫລັງ. ເຮືອນເກົ່າຫລັງຈາກທີ່ໄດ້ຮັບການຟື້ນຟູກໍກັບມາມີຊິວິດຊີວາ.