ງານວາງສະແດງກະສິກຳສາກົນຄຸນໝິງ ຄັ້ງທີ 15 ເປີດຂຶ້ນແລ້ວ

2019-09-09 17:36:54 |ມາຈາກ: 云南日报

ວັນທີ 8 ເດືອນກັນຍາ, ງານວາງສະແດງກະສິກຳສາກົນຄຸນໝິງຄັ້ງທີ 15, ເຊິ່ງເປັນງານວາງສະແດງຜົນຜະລິດກະສິກຳ, ສະແດງຜົນສຳເລັດການເກັບກ່ຽວກະສິກຳພູພຽງທີ່ມີລັກສະນະພິເສດ,ເຊິ່ງໄດ້ດຶງດູດຊາວເມືອງຈຳນວນຫລວງຫຼາຍເຂົ້າມາທ່ຽວຊົມ ແລະ ຊື່ເຄື່ອງ.ງານວາງສະແດງກະສິກຳສາກົນຄຸນໝິງຄັ້ງນີ້ມີຫົວຂໍ້ແມ່ນ “ການພັດທະນາສີຂຽວ ຊີວິດການເປັນຢູ່ທີ່ສວຍງາມ”,ປິ່ນອ້ອມການສະແດງຜົນສຳເລັດເຊັ່ນ: ການກໍ່ສ້າງ “ຍີ່ຫໍ້ອາຫານສີຂຽວ” ລະດັບໂລກ, ສົ່ງເສີມກະສິກຳພູພຽງທີ່ມີລັກສະນະພິເສດຂອງແຂວງຢູນນານ ແລະ ການພັດທະນາຊົນນະບົດ, ເຮັດໃຫ້ຜູ້ຊົມມີຄວາມເຂົ້າໃຈຕໍ່ກັບຜົນສຳເລັດຂອງການພັດທະນາກະສິກຳຢຸນນານ.