ການແຂ່ງຂັນຮາບມາລາທອນສາກົນພູພຽງນະຄອນຄຸນໝິງເລີ່ມຂຶ້ນເມື່ອສຽງປືນໃຫ້ສັນຍານ

2019-09-09 17:43:52 |ມາຈາກ: 云南日报

ວັນທີ 7 ເດືອນກັນຍາ, ການແຂ່ງຂັນຮາບມາລາທອນສາກົນ ພູພຽງນະຄອນຄຸນໝິງ-ທະນາຄານກວາງຝ່າ ປີ2019 ທີ່ຈັດຂຶ້ນຢູ່ ນະຄອນຄຸນໝິງ ໄດ້ເລີ່ມຂຶ້ນເມື່ອສຽງປືນໃຫ້ສັນຍານ, ການແຂ່ງຂັນຄັ້ງນີ້ມີການແລ່ນມາລາທອນສາມລາຍການຄື: ການແລ່ນຮາບມາລາທອນ(half marathon)ປະເພດຊາຍ ແລະ ປະເພດຍິງ,ການແລ່ນເພື່ອຄວາມມ່ວນຊື່ນ10ກິໂລແມັດ ແລະ ການແລ່ນຄອບຄົວພໍ່ແມ່ກັບລູກ, ເຊິ່ງໄດ້ດຶງດູດເອົານັກກິລາທີ່ມາຈາກພາຍໃນ ແລະ ຕ່າງປະເທດຈຳນວນ 15090 ຄົນເຂົ້າຮ່ວມການແຂ່ງຂັນຄັ້ງນີ້.