ວາງສະແດງຜົນສຳເລັດສະຫຼອງວັນສະຖາປະນາ ສປ ຈີນຄົບຮອບ 70 ປີແຂວງຢຸນນານ

2019-09-26 18:13:31 |ມາຈາກ: 云南网

ວັນທີ 25 ກັນຍາ,ງານວາງສະແດງຜົນສຳເລັດສະຫຼອງວັນສະຖາປະນາ ສປ ຈີນຄົບຮອບ 70 ປີແຂວງຢຸນນານໄດ້ໄຂຂຶ້ນຢູ່ຫໍສິລະປະວັນນະຄະດີແຂວງຢຸນນານ, ງານວາງສະແດງຄັ້ງນີ້ຈະມີຮອດວັນທີ 5 ທັນວາ, ໃນໄລຍະດັ່ງກ່າວຈະເປີດໃຫ້ຊາວເມືອງເຂົ້າເບິ່ງໂດຍບໍ່ເສຍຄ່າ.ການວາງສະແດງຜົນສຳເລັດທັງໝົດສະແດງຜ່ານເນື້ອໃນຕົວໜັງສືຈຳນວນ 90ພັນໂຕ, ໃຊ້ຮູບ1600 ກວ່າໃບ,ມີການວາງສະແດງໂດຍຜ່ານການຮິບໂຮມເອົາຂໍ້ມູນຕອນສຳຄັນຂອງແຂວງຢຸນນານ, ການຜະລິດເຄື່ອງໃຊ້ໃນຊີວິດປະຈຳວັນ ແລະ ອື່ນໆ ຈຳນວນ 500 ກວ່າອັນ.ໂດຍຜ່ານການວາງສະແດງບັນດາຕົວໜັງສືແລະຮູບພາບ,ພ້ອມທັງບັນດາສິ່ງທີ່ມີຊີວິດຊີວາ ແລະ ສົດໃສ,ໄດ້ເຮັດໃຫ້ທ່ານໄດ້ຮັບຮູ້ເຖິງການປ່ຽນແປງແບບພິກແຜ່ນດິນປີ້ນແຜ່ນຟ້າທີ່ເກີດຂື້ນຢູ່ແຂວງຢຸນນານໃນ 70 ປີທີ່ຜ່ານມາ.