ບ້ານຂອງແຂວງຢຸນນານປ່ຽນແປງໂສມຫນ້າໃຫມ່

2019-10-12 17:13:44 |ມາຈາກ: 新华网

ແຂວງຢຸນນານ ແມ່ນໜຶ່ງໃນສະໜາມຮົບຕົ້ນຕໍຂອງປະເທດຈີນໃນການຕໍ່ສູ້ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ, ແຂວງຢຸນນານມີປະຊາຊົນຜູ້ທຸກຍາກຈຳນວນຫຼາຍ, ຄວາມທຸກຍາກມີຂອບເຂດກວ້າງຂວາງ ແລະ ລະດັບຄວາມທຸກຍາກມີສູງ. ນັບແຕ່ປີ 2012 ເປັນຕົ້ນມາ, ແຂວງຢຸນນານໄດ້ ປະຕິບັດການສຳຫລວດ ແລະ ແກ້ໄຂຄວາມຫຍຸ້ງຍາກເປັນເວລາ 6 ປີ. ໃນທ້າຍປີ 2018, ແຂວງຢຸນນານ ມີປະຊາກອນເຂດຊົນນະບົດຜູ້ທຸກຍາກຈຳນວນ 7,07 ລ້ານຄົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ບ້ານຂອງແຂວງຢຸນນານໄດ້ຮັບການປ່ຽນແປງໂສມຫນ້າໃຫມ່.