ຂະບວນລົດແຫ່ “ຢຸນນານເຈັດສີສັນ” ກັບມາຮອດຢຸນນານແລ້ວ

2019-10-23 10:39:49 |ມາຈາກ: 新华网

ວັນທີ 20 ຕຸລາ, ພິທີເປີດງານວາງສະແດງຂະບວນລົດແຫ່ “ຢຸນນານເຈັດສີສັນ” ຈັດຂຶ້ນຢູ່ຫໍພິພິທະພັນແຂວງຢຸນນານ.ເພື່ອເປັນການໃຫ້ປະຊາຊົນໄດ້ຊົມເບິ່ງຂະບວນລົດແຫ່ “ຢຸນນານເຈັດສີສັນ” ໃຫ້ຫລາຍຂຶ້ນ ແລະ ຮູ້ສຶກເຖິງການປ່ຽນແປງໃໝ່ຂອງແຂວງຢຸນນານທີ່ສວຍງາມ, ນັບແຕ່ມື້ນີ້ໄປຈົນເຖິງທ້າຍປີນີ້, ຂະບວນລົດແຫ່ “ຢຸນນານເຈັດສີສັນ” ຈະວາງສະແດງຢູ່ຫໍພິພິທະພັນແຂວງຢຸນນານ.ອີງຕາມຂໍ້ມູມ, ລົດແຫ່ "ຢຸນນານເຈັດສີສັນ" ມີຄວາມຍາວ 15 ແມັດ, ກວ້າງ 6 ແມັດ,ແລະ ສູງ 9,6 ແມັດ, ການອອກແບບປະດັບຕົບແຕ່ງລົດແມ່ນອີງໃສ່ເອກະລັກສະເພາະຂອງແຂວງຢຸນນານ ເປັນຕົ້ນແມ່ນ ຊ້າງ, ນົກຍູງ, ດອກໄມ້, ພູພາແມ່ນ້ຳ, ເມກສີສັນ, ສີທອງ ແລະ ອື່ນໆ, ບວກກັບການສະແດງເຕັ້ນລຳ ແລະ ຮ້ອງເພງຂອງຊົນເຜົ່າສ່ວນນ້ອຍຂອງຢຸນນານ, ສະແດງໃຫ້ເຫັນເຖິງລັກສະນະ ແລະຜົນສຳເລັດດ້ານການພັດທະນາຂອງແຂວງຢຸນນານຢ່າງເຕັມສ່ວນ ແລະ ໄດ້ສະແດງໃຫ້ເຫັນເຖິງພາບພົດຂອງແຂວງຢຸນນານ.