ສວນສາທາລະນະກໍ່ສ້າງໃຫມ່ທີ່ມີເນື້ອທີ່ຫຼາຍກວ່າ 2000 ເຮັກຕາຢູ່ກິ່ງແຂວງຫົງເຫີ

2019-10-31 17:35:59 |ມາຈາກ: 云南网

ໃນປີມໍ່ໆມານີ້, ກິ່ງແຂວງຫົງເຫີກຳລັງຊຸກຍູ້ການກໍ່ສ້າງສວນສາທາລະນະດິນຊຸ່ມ ຫຼື ສວນອຸທິຍານ, ເຊິ່ງຈະເອົາພາບວິວທິວທັດອັນສວຍງາມ, ພູຜາປ່າໄມ້, ແມ່ນ້ຳລຳເຊທີ່ແຈ້ງໃສມາປະສົມປະສານກັນກັບຕົວເມືອງ ແລະ ຊົນນະບົດ, ຕອບສະໜອງຕໍ່ຄວາມຕ້ອງການສະພາບແວດລ້ອມນິເວດທີ່ສວຍງາມຂອງປະຊາຊົນທີ່ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.

ແຕ່ພາກເໜືອຮອດພາກໃຕ້, ແຕ່ເມືອງໄປສູ່ຊົນນະບົດ, 13 ເມືອງຂອງກິ່ງແຂວງຫົງເຫີໄດ້ກໍ່ສ້າງສວນອຸທິຍານ, ສວນສາທາລະນະດິນຊຸ່ມ 15 ແຫ່ງ, ສວນສາທາລະນະທັງຫມົດໄດ້ເປີດໃຫ້ຊາວເມືອງນຳໃຊ້ໂດຍທີ່ບໍ່ເສຍຄ່າ, ເນື້ອທີ່ຂອງສວນສາທາລະນະທັງຫມົດມີຫລາຍກວ່າ 2000 ເຮັກຕາ, ອັດຕາການກໍ່ສ້າງພື້ນທີ່ສີຂຽວຂອງເມືອງກວມເອົາ 35%.