ເມືອງຟູກົງ ແຂວງຢຸນນານ: ຊີວິດໃຫມ່ຂອງຊາວເມືອງຊົນເຜົ່າລີຊູບ້ານການບຸ

2019-11-04 17:39:20 |ມາຈາກ: 新华网

ຊາວເມືອງຊົນເຜົ່າລີຊູດຳລົງຊີວິດຢູ່ ບ້ານການບຸ ເມືອງລູມ້າເຕິງຟູກົງ ກິ່ງແຂວງປົກຄອງຕົນເອງຊົນເຜົ່າລີຊູນູຈ່ຽງ ແຂວງຢຸນນານ. ໃນແຕ່ກ່ອນ ບ້ານການບຸ ແມ່ນບ້ານທຸກຍາກ ແລະ ດ້ອຍພັດທະນາ, ການຄົມມະນາຄົມກໍລຳບາກ, ລາຍໄດ້ຫລັກຂອງຊາວບ້ານແມ່ນມາຈາກການປູກໝາກແຫນ່ງ ແລະ ອອກໄປເຮັດວຽກນອກ.ເພື່ອເປັນການເພີ່ມລາຍໄດ້, ປັບປຸງສະພາບແວດລ້ອມການຜະລິດ ແລະ ຊີວິດການເປັນຢູ່ຂອງຊາວບ້ານ, ລັດຖະບານ ແລະ ວິສາຫະກິດຈຳນວນໜຶ່ງໄດ້ລົງທຶນເຂົ້າໃນການກໍ່ສ້າງ ແລະ ສ້ອມແປງຖະໜົນຫົນທາງ, ປັບປຸງສະພາບແວດລ້ອມໝູ່ບ້ານ, ສ້າງຕັ້ງຫ້ອງກິດຈະກຳ, ສະຖານທີ່ຈັດກິດຈະກຳດ້ານວັດທະນະທຳ-ກິລາ ແລະ ອື່ນໆ, ແກ້ໄຂບັນຫາຕ່າງໆຂອງບ້ານການບຸ. ເມື່ອເສັ້ນທາງສ້າງສຳເລັດແລ້ວ, ສະພາບແວດລ້ອມກໍສວຍງາມແລ້ວ, ໝາກແຫນ່ງຂອງບ້ານການບຸໄດ້ຖືກສົ່ງຂາຍໄປເຖິງປັກກິ່ງ ແລະ ສະຖານທີ່ອື່ນໆ. ລາຍໄດ້ສະເລ່ຍຕໍ່ຫົວຄົນຂອງບ້ານການບຸ ໃນປີ 2018 ແມ່ນ 6476 ຢວນ.