ສະເຫລີມສະຫຼອງບຸນລອຍກະທົງຂອງສິບສອງພັນນາ

2019-11-12 16:21:14 |ມາຈາກ: 新华网

ວັນທີ 10 ພະຈິກ, ພິທີມອບລາງວັນການປະກວດນາງສາວບຸນລອຍກະທົງສິບສອງພັນນາປີ 2019 ໄດ້ຈັດຂຶ້ນໃນເຂດທ່ອງທ່ຽວເກົ້າຈ່ວາງຊີຊວາງຈິ່ງ ເມືອງຈິ່ງຮົງ ກິ່ງແຂວງປົກຄອງຕົນເອງຊົນເຜົ່າໄທລື້ສິບສອງພັນນາ ແຂວງຢຸນນານ. ໃນສະຖານທີ່ຈັດກິດຈະກຳ, ມິກິດຈະກຳຫຼາຍລາຍການເຊັ່ນ: ການຈູດບັ້ງໄຟດອກ, ການສະແດງຂະບວນລົດແຫ່ໃນຫົວຂໍ້ບຸນລອຍກະທົງ, ການສະແດງຂະບວນເຮືອແຫ່ອາຊີຕາເວັນອອກສ່ຽງໃຕ້, ການລອຍກະທົງ ແລະ ອື່ນໆ, ດຶງດູດຊາວເມືອງ ແລະ ນັກທ່ອງທ່ຽວຈຳນວນຫລວງຫລາຍ ເຂົ້າຮ່ວມສະເຫຼີມສະຫຼອງບຸນລອຍກະທົງ.