ວັນທີ 23 ພະຈິກ, ສວນສາທາລະນະໄຮຫຼົງຖານ ນະຄອນຄຸນໝິງ ກຳລັງຈັດ ງານຕົ້ນເມເປີ້ນຄຸນຫມິງຄັ້ງທີ 15 ,ເຊິ່ງໄດ້ດຶງດູດນັກທ່ອງທ່ຽວຈຳນວນຫລວງຫຼາຍມາຊົມເບິ່ງທິວທັດຂອງຕົ້ນເມເປີ້ນ, ນັກທ່ອງທ່ຽວເຊີຍຊົມຊ່ວງເວລາໃນລະດູໜາວພາຍໃຕ້ທັດສະນີຍະພາບອັນສວຍງາມ. ສວນສາທາລະນະໄຮຫຼົງຖານ ແມ່ນສະຖານທີ່ທີ່ມີຊື່ສຽງສຳລັບການຊົມເບິ່ງທິວທັດຂອງຕົ້ນເມເປີ້ນໃນນະຄອນຄຸນໝິງ, ພາຍໃນສວນສາທາລະນະໄດ້ປູກຕົ້ນເມເປີ້ນຈຳນວນ 6000 ກວ່າຕົ້ນ, ເຊິ່ງເປັນການເພີ່ມສີສັນໃນລະດູໜາວຂອງນະຄອນຄຸນໝິງ.