ເມືອງປ່າຫີນແຂວງຢຸນນານ: ຊີວິດໃໝ່ຂອງບ້ານບູຮານ

2019-12-03 17:07:55 |ມາຈາກ: Yunnan Gateway

ບ້ານຕ້ານົ້ວເຫີຍ ຕັ້ງຢູ່ຕາແສງກຸຍຊານ ເມືອງປ່າຫີນ ແຂວງຢຸນນານ, ບ້ານນີ້ມີປະຫວັດສາດມາ 600 ກວ່າປີແລ້ວ, ເປັນບ້ານໜຶ່ງທີ່ຮັກສາວັດທະນະທຳຊົນເຜົ່າຢີໃນແຂວງຢຸນນານໄດ້ດີ, ໃນປັດຈຸບັນນີ້, ບ້ານຕ້ານົ້ວເຫີຍ ມີຊາວບ້ານ 1000 ກວ່າຄົນ 370 ກວ່າຄອບຄົວ, ອັດຕາສ່ວນຄົນຊົນເຜົ່າຢີ 99,8%.

ໃນຊຸມປີມໍ່ໆມານີ້, ບ້ານແຫ່ງນີ້ໄດ້ສຸມກຳລັງເຂົ້າໃນການພັດທະນາຂະແໜງການຕ່າງໆເຊັ່ນ: ການທ່ອງທ່ຽວຊົນນະບົດ ແລະ ການລ້ຽງສັດ, ເຊິ່ງໄດ້ຮັບຜົນດີທາງດ້ານເສດຖະກິດ ແລະ ສັງຄົມ, ບ້ານເກົ່າແກ່ບູຮານໄດ້ມີຊີວິດໃໝ່. ໃນປີ 2018, ຄອບຄົວທຸກຍາກທຸກຄອບຄົວໃນບ້ານຕ້ານົ້ວເຫີຍໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ, ລາຍໄດ້ສະເລ່ຍຂອງຊາວບ້ານເກີນ 24,000 ຢວນ.