ເມືອງປ່າຫີນແຂວງຢຸນນານ: ຂະແໜງການໝາກໂມເປປີໂນຊ່ວຍຫລຸດພົ້ນອອກຈາກຄວາມທຸກຍາກ

2019-12-04 16:39:49 |ມາຈາກ: Yunnan Gateway

ໃນຊຸມປີມໍ່ໆມານີ້,ຕາແສງຊີເຈຍຄົວ ເມືອງປົກຄອງຕົນເອງຊົນເຜົ່າຢີ ປ່າຫີນນະຄອນຄຸນໝິງ ແຂວງຢຸນນານໄດ້ສຸມກຳລັງແຮງເຂົ້າໃນການພັດທະນາຂະແໜງການໝາກໂມເປປີໂນ (Pepino Melon), ໃນປີ 2019 ທົ່ວຕາແສງມີຄອບຄົວທຸກຍາກທັງຫມົດ 67 ຄອບຄົວເຂົ້າຮ່ວມການປູກໝາກໂມເປປີໂນ 29.76 ເຮັກຕາ, ຄາດວ່າລາຍຮັບສະເລ່ຍຂອງແຕ່ລະຄອບຄົວເພີ່ມຂຶ້ນປະມານ 38000 ຢວນ.

ອີງຕາມຂໍ້ມູນຂ່າວສານ, ໃນປີ 1996 ຕາແສງຊີເຈຍຄົວໄດ້ນຳໝາກໂມເປປີໂນເຂົ້າປູກໃນຕາແສງເປັນຄັ້ງທຳອິດ, ຫຼັງຈາກການສຳຫຼວດ ແລະ ໄດ້ຜົນສະຫຼຸບໃນດ້ານການປັບປຸງແນວພັນ, ການລ້ຽງເບ້ຍ, ການປູກ ແລະ ອື່ນໆໃນຕະຫລອດຫຼາຍປີຜ່ານມາ, ການສຳຫຼວດຮູບແບບການຄຸ້ມຄອງການປູກທີ່ມີລັກສະນະ ແລະ ເໝາະສົມກັບທ້ອງຖິ່ນຈຶ່ງສຳເລັດຜົນ. ໃນປັດຈຸບັນນີ້, ຕາແສງຊີເຈຍຄົວປູກໝາກໂມເປປີໂນທັງໝົດມີ 72000 ກວ່າມູ້ (ຫລື 4800 ເຮັກຕາ), ຜະລິດຕະພັນໝາກໂມເປປີໂນຖືກສົ່ງອອກໄປປັກກິ່ງ, ຊຽງໄຮ, ເຊີນເຈີນ, ຮົງກົງ ແລະ ສະຖານທີ່ອື່ນໆ, ເຊິ່ງນີ້ເປັນວິທີອັນສຳຄັນຂອງປະຊາຊົນທ້ອງຖິ່ນໃນການຫລຸດພົ້ນອອກຈາກຄວາມທຸກຍາກ.