ສວນສາທາລະນະດິນຊຸ່ມແຫ່ງຊາດຊິງຫົວໄຮ ເມືອງເປົາຊານ ແຂວງຢຸນນານ ເປັນສວນສະຫວັນຂອງນົກອົບພະຍົບເພື່ອຜ່ານລະດູໜາວ

2019-12-04 16:52:41 |ມາຈາກ: Yunnan Gateway

ໃນມຶ້ມໍ່ໆມານີ້, ມີນົກອົບພະຍົບ 10000 ກວ່າໂຕມາສວນສາທາລະນະດິນຊຸ່ມແຫ່ງຊາດຊິງຫົວໄຮເມືອງເປົາຊານແຂວງຢຸນນານ ແລະ ເລືອກເອົາສະຖານທີ່ແຫ່ງນີ້ເປັນບ່ອນພັກເຊົາເພື່ອຜ່ານລະດູໜາວ.ສວນສາທາລະນະດິນຊຸ່ມແຫ່ງຊາດຊິງຫົວໄຮມີເນື້ອທີ່ທັງຫມົດ 1359,19 ເຮັກຕາ, ໃນນັ້ນອັດຕາດິນຊຸ່ມ 48,63%. ໃນເດືອນ ທັນວາ ປີ 2018, ສວນສາທາລະນະດິນຊຸ່ມແຫ່ງຊາດຊິງຫົວໄຮໄດ້ຖືກຮັບຮອງເປັນສະຖານທີ່ການທ່ອງທ່ຽວລະດັບ 3A ແຫ່ງຊາດ.