ຊີວິດແຫ່ງສິລະປະຊາຂອງຜູ້ຍິງຊົນເຜົ່າຢີ

2019-12-09 17:30:47 |ມາຈາກ: Yunnan Gateway

ນາງ ວັງລີ້ ເປັນຜູ້ຍິງທີ່ເກີດຢູ່ ບ້ານນ້າສຽນ ຕາແສງຕືຫົວ ເມືອງນິງເອີພູເອີ ແຂວງຢຸນນານ, ນາງ ວັງລີ້ ເກັບຊາກັບພໍ່ແມ່ຕັ້ງແຕ່ຕອນທີ່ລາວຍັງນ້ອຍ, ອີງອາໄສໃສ່ຊາໃນການດຳລົງຊີວິດ, ລາວທັງມັກຮ້ອງເພງ ແລະ ເຕັ້ນລຳ. ໃນປີ 2017 ນາງ ວັງລີ້ ກັບ ຜົວຄົນຊົນເຜົ່າຮານີ ທ້າວ ທັງຈົງຢານ ໄດ້ກໍ່ຕັ້ງ ບໍລິສັດ ເຜີຍແຜ່ວັດທະນະທຳ ຢີມິງຢຸ້ນ ຈຳກັດ, ດຳເນີນການເຄື່ອນໄຫວກິດຈະກຳສຳຜັດວັດທະນະທຳຊາ ແລະ ການຝຶກອົບຮົມສິລະປະຊາ ແລະ ອື່ນໆ. ໃນປັດຈຸບັນນີ້, ບໍລິສັດຂອງນາງໄດ້ກາຍເປັນສະຖານທີ່ຕົວແບບໃນການຫລຸດພົ້ນອອກຈາກຄວາມທຸກຍາກຂອງແມ່ຍິງ, ເຮັດໃຫ້ຜູ້ຍິງຂອງທ້ອງຖິ່ນສາມາດສ້າງທຸລະກິດຂອງຕົນເອງ ແລະ ມີລາຍໄດ້ເພີ່ມຂຶ້ນ. ນາງ ວັງລີ້ ກຳລັງພະຍາຍາມຢ່າງຕັ້ງຫນ້າໃນການເຜີຍແຜ່ວັດທະນະທຳຊາ ແລະ ຊາພູເອີຂອງບ້ານເກີດໄປທົ່ວໂລກ.