“ພໍ່ຊ້າງ”ຢຸນນານ

2019-12-09 17:38:56 |ມາຈາກ: Yunnan Gateway

ເດືອນ ພະຈິກ ປີ 2008, ສູນຊ່ວຍເຫຼືອ ແລະ ຂະຫຍາຍພັນຊ້າງອາຊີແຂວງຢຸນນານ ປະເທດຈີນ ໄດ້ກໍ່ຕັ້ງຂຶ້ນເພື່ອປົກປັກຮັກສາຊ້າງອາຊີ. ສູນນີ້ມີພະນັກງານຜູ້ເປັນພະຍາບານວິຊາຊີບທີ່ເອີ້ນວ່າ: "ພໍ່ຊ້າງ" 30 ກວ່າຄົນ, ເພິ່ນຮັບຜິດຊອບໃນການຊ່ວຍເຫຼືອຊ້າງອາຊີ. ຮອດປັດຈຸບັນນີ້, ເພິ່ນໄດ້ຊ່ວຍເຫຼືອຊ້າງອາຊີປ່າຈຳນວນ 23 ໂຕ. ເປົ້າໝາຍສຸດທ້າຍຂອງ "ພໍ່ຊ້າງ" ກໍຄືຜ່ານການເບິ່ງແຍງ ແລະ ຊ່ວຍເຫຼືອ, ເຮັດໃຫ້ຊ້າງອາຊີສາມາດກັບຄືນສູ່ທຳມະຊາດ. ພາຍໃຕ້ການເບິ່ງແຍງຂອງ "ພໍ່ຊ້າງ" , ຊ້າງອາຊີປ່າສ່ວນຫຼາຍໄດ້ອອກຈາກເງົາມືດ, ກັບມາມີຊີວິດໃໝ່ ແລະ ຍັງສາມາດເປັນເພື່ອນກັບມະນຸດອີກດ້ວຍ.