ບ້ານຊານເຫີ ຕາແສງລູຈັງ ເມືອງລູຊ່ອຍ ກິ່ງແຂວງປົກຄອງຕົນເອງຊົນເຜົ່າລີຊູນູຈ່ຽງແຂວງຢຸນນານ, ບ້ານແຫ່ງນີ້ການຄົມມະນາຄົມບໍ່ສະດວກສະບາຍ,ແຕ່ມີປ່າໄມ້ທີ່ຕຶບໜາ, ມີນົກປ່າຫຼາຍຊະນິດ.ວິສາຫະກິດເຕັກໂນໂລຊີກະສິກຳປ່າໄມ້ແຫ່ງໜຶ່ງໃຊ້ທ່າແຮງທຳມະຊາດ,ສ້າງສະຖານທີ່ເບິ່ງນົກສອງແຫ່ງໃນປີ2018, ດຶງດູດຜູ້ທີ່ມັກຖ່າຍຮູບມາຈາກທົ່ວປະເທດມາຖ່າຍນົກຢູ່ນີ້. ຫຼັງຈາກໂຄງການດັ່ງກ່າວໄດ້ຮັບຜົນທີ່ດີແລ້ວ, ກຸ່ມເຕັກໂນໂລຊີທ້ອງຖິ່ນກໍຊ່ວຍ ບ້ານຊານເຫີ ໃນການສ້າງສະຖານທີ່ເບິ່ງນົກ 15 ແຫ່ງ, ຊຸກຍູ້ການພັດທະນາ “ເສດຖະກິດເບິ່ງນົກ”, ຊ່ວຍຊຸກຍູ້ທ້ອງຖິ່ນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ປົກປັກຮັກສານິເວດ.