ກິດຈະກຳສັບປະດາເບິ່ງນົກສາກົນພູເກົ່າລີ້ກົງປີ 2019 ຈັດຂຶ້ນໃນເມືອງເປົາຊານແຂວງຢຸນນານ

2019-12-24 16:26:09 |ມາຈາກ: Yunnan Gateway

ວັນທີ 18-22 ທັນວາ, ກິດຈະກຳສັບປະດາເບິ່ງນົກສາກົນພູເກົ່າລີ້ກົງປີ 2019 ໄດ້ຈັດຂຶ້ນໃນເມືອງເປົາຊານ ແຂວງຢຸນນານ, ຫົວຂໍ້ຂອງກິດຈະກຳເບິ່ງນົກໃນຄັ້ງນີ້ແມ່ນ “ສຳຫລວດພູເກົ່າລີ້ກົງ-ພົບກັບນົກດາລາ”ຜູ້ຊ່ຽວຊານດ້ານການເບິ່ງນົກ ແລະ ຜູ້ປົກປັກຮັກສານົກ ພ້ອມດ້ວຍຜູ້ທີ່ມັກຖ່າຍຮູບຈາກພາຍໃນແລະຕ່າງປະເທດໄດ້ເຕົ້າໂຮມກັນຢູ່ ບ້ານປ່າຍຫົວຫຼີນ ເຂດການທ່ອງທ່ຽວ ພູເກົ່າລີ້ກົງ ເມືອງເປົາຊານ.

ອີງຕາມຂໍ້ມູນຂ່າວສານ, ພູເກົ່າລີ້ກົງ ແມ່ນເຂດປ່າສະຫງວນທຳມະຊາດແຫ່ງຊາດ, ມີນົກ 525 ປະເພດ, 58ຈຳພວກ, 19ໝວດ. ບ້ານປ່າຍຫົວຫຼີນ ຕັ້ງຢູ່ພາກຕາເວັນອອກ ຂອງພູເກົ່າລີ້ກົງ, ຍ້ອນວ່າສິ່ງແວດລ້ອມທຳມະຊາດໄດ້ຮັບການປົກປັກຮັກສາເປັນຢ່າງດີ ແລະ ມີຫຼາຍຊະນິດທີ່ອຸດົມສົມບູນ, ມັນຈຶ່ງແມ່ນສະຖານທີ່ເບິ່ງນົກທີ່ໄດ້ຮັບການບຸກເບີກກ່ອນຫມູ່ໃນພູເກົ່າລີ້ກົງ.