ຄວາມສວຍງາມຂອງສວນສາທາລະນະນໍ້າຕົກຕາດໃນລະດູໜາວ

2019-01-07 15:58:01 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້ ອາກາດຂອງນະຄອນຄຸນໝິງແຂວງຢຸນນານແມ່ນອົບອຸ່ນຫຼາຍ ພາບວີວທິວທັດທີ່ສວນສາທາລະນະນໍ້າຕົກຕາດໃນພາກເໜືອຂອງຄຸນໝິງແມ່ນສວຍສົດງົດງາມ ເຊິ່ງໄດ້ດຶງດູດນັກທ່ອງທ່ຽວຈຳນວນຫລວງຫຼາຍມາພັກຜ່ອນຢ່ອນໃຈແລະທ່ຽວຊົມກັນ.ນໍ້າຕົກຕາດທີ່ກໍ່ສ້າງດ້ວຍແຮງງານຄົນພາຍໃນສວນມີຄວາມສູງປະມານ 12,5 ແມັດ ຄວາມກວ້າງປະມານ 400 ແມັດ ,ເຊິ່ງໄດ້ນໍາໃຊ້ໂຄງການດຶງນໍ້າຈາກແມ່ນໍ້າໜີວລານເຂົ້າແຂວງຢຸນນານຢ່າງເຕັມທີ່ຈຶ່ງສຳເລັດການກໍ່ສ້າງ.