ຊິວິດຂອງເມືອງເຄີຢິ້ດີຫຼາຍ

2019-01-18 15:31:52 |ມາຈາກ: Yunnan Gateway

ປະມານປີ 2002 ມີອາຈານຂອງມະຫາວິທະຍາໄລຢຸນນານຄົນໜຶ່ງໄດ້ມາເຖິງເມືອງເຄີຢີ້ເພື່ອຄົ້ນຄວ້າວັດທະນະທຳການຟ້ອນທ້ຽວຢວ້ນຂອງຄົນອ່າຊີ້ທີ່ເປັນເຜົ່າຢີໃນທ້ອງຖິ່ນ, ເຊິ່ງເມືອງເຄີຢີ້ຄ່ອຍໆມີຊື່ສຽງຈາກການເປັນ “ບ້ານເກີດຂອງການຟ້ອນທ້ຽວຢວ້ນຂອງຄົນອ່າຊີ້”.ຈຳນວນຄົນທີ່ຮັບຮູ້ເມືອງເຄີຢີ້ນັບມື້ນັບຫຼາຍຂຶ້ນ ແລະນັກທ່ອງທ່ຽວທີ່ມາທ່ຽວກໍຄ່ອຍໆຫຼາຍຂຶ້ນ, ເຊິ່ງຂະແໜງການທ່ອງທ່ຽວໄດ້ຍ່າງເຂົ້າສູ່ຊີວິດປະຈຳວັນຂອງຄົນເມືອງເຄີຢີ້ແລ້ວ. “ແຕ່ກ່ອນ ຊາວບ້ານສ່ວນຫຼາຍແມ່ນປູກສາລີແລະຢາສູບ ລາຍຮັບປີໜຶ່ງບໍ່ເຖິງ 2000 ຢວນ.ແລະຄົນໜຸ່ມສ່ວນຫຼາຍແມ່ນເຮັດວຽກຢູ່ພາຍນອກ ຄົນທີ່ຢາກດຳລົງຊີວິດຢູ່ທີ່ນີ້ໜ້ອຍຫຼາຍ”ທ່ານ ປີ້ຮຸຍ ເວົ້າວ່າ,ແຕ່ຫຼັງຈາກໄດ້ຍ່າງເຂົ້າສູ່ເສັ້ນທາງການທ່ອງທ່ຽວເສັ້ນນີ້ ທຸກສິ່ງທຸກຢ່າງລ້ວນແລ້ວແຕ່ເກີດການປ່ຽນແປງໃໝ່ແລ້ວ.