ດອກໝູ້ຕ່ານ 2000 ໂຖໄດ້ປະດັບວັດຖານຮວາທີ່ນະຄອນຄຸນໝິງໃຫ້ສວຍງາມ

2019-01-25 16:15:25 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້, ການວາງສະແດງດອກໝູ້ຕ່ານຄັ້ງທີ 8 ໄດ້ເປີດສາກທີ່ວັດຖານຮວານະຄອນຄຸນໝິງ,ດອກໝູ້ຕ່ານ9 ປະເພດໃຫຍ່ຈຳນວນ 2000 ໂຖໄດ້ປະດັບທີ່ວັດຖານຮວາຢ່າງມີເອກະລັກ ເຊິ່ງຈະວາງສະແດງຢ່າງຕໍ່ເນື່ອງກັນໃນຍາມບຸນກຸດຈີນ,ດອກໝູ້ຕ່ານສີຂຽວ ສີດຳແລະສີເຫຼືອງກໍຈະຖືກວາງສະແດງພ້ອມກັນ,ເຊິ່ງກະແສຂອງດອກໝູ້ຕ່ານຈະປະກົດຢູ່ວັດຖານຮວາອີກເທື່ອໜຶ່ງ.ໂດຍໄດ້ຮັບຮູ້ວ່າ ການວາງສະແດງດອກໝູ້ຕ່ານໃນຄັ້ງນີ້ຈະສືບຕໍ່ເຖິງວັນທີ 10 ເດືອນມີນາ, ພາຍໃນເວລາການວາງສະແດງຈະມີກິດຈະກຳທີ່ຫຼາກຫຼາຍຖ້າທ່ານມາເຂົ້າຮ່ວມ.