ໂຄມໄຟລາຍຈຳນວນ 80 ລ້ານໜ່ວຍໄດ້ປະດັບສວນເອັກໂປຄຸນໝິງໃຫ້ສວຍງາມ

2019-01-29 15:59:05 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້ ພິທີໄຕ້ໄຟຂອງງານໂຄມໄຟລາຍບຸນກຸດຈີນຂອງສວນເອັກໂປບໍລິສັດຮວາຈຽວເສິງຄັ້ງທີ 2 ໄດ້ລິເລີ່ມຂຶ້ນທີ່ສວນເອັກໂປນະຄອນຄຸນໝິງ.ກຸ່ມໂຄມໄຟຂະໜາດໃຫຍ່ຈຳນວນ 100 ກຸ່ມທີ່ມາໃນຮູບແບບ “ດັ້ງເດີມ+ທັນສະໄໝ+ການແລກປ່ຽນເຊິ່ງກັນແລະກັນ+ເຕັກນິກ”ໄດ້ປະດັບສວນ ເອັກໂປ ໃຫ້ສວຍງາມ ແລະໂຄມໄຟລາຍຈຳນວນ 80 ລ້ານໜ່ວຍໄດ້ປົກຫຸ້ມໃຈກາງຂອງເຂດທິວທັດ ເຮັດໃຫ້ນະຄອນຄຸນໝິງສ່ອງແສງສະຫວ່າງສະໄຫວ.

ງານໂຄມໄຟລາຍຄັ້ງນີ້ຈະສືບຕໍ່ຈັດຕິດຕໍ່ກັນເປັນເວລາເກືອບ 2 ເດືອນ ແລະຈະສິ້ນສຸດໃນວັນທີ 10 ເດືອນມີນາ,ເວລາການເປີດໄຟຂອງແຕ່ລະມື້ແມ່ນລະຫວ່າງ 18 ໂມງຫາ 22 ໂມງ.