ຊົມພາບວີວທີວທັດທີ່ສວຍງາມຂອງເມືອງຕ້າເຢົາແຂວງຢຸນນານພາຍໃນຫນຶ່ງນາທີ

2019-09-29 18:31:24 |ມາຈາກ: 新华网

ເມືອງຕ້າເຢົາ ນະຄອນຊູຊົງ ແຂວງຢຸນນານ ມີປະຫວັດສາດອັນຍາວນານ ແລະ ວັດທະນະທຳທີ່ອຸດົມສົມບູນ, ຮີດຄອງປະເພນີຊົນເຜົ່າທີ່ອຸດົມສົມບູນ, ມີທັດສະນີຍະພາບ ແລະ ວັດທະນະທຳສັງຄົມອັນເປັນເອກະລັກສະເພາະ, ເຊິ່ງເປັນຕົ້ນກຳເນີດຂອງວັດທະນະທຳຊົນເຜົ່າຢີ, ແລະ ເປັນບ້ານເກີດຂອງໝາກມັນຫໍ້ທີ່ມີຊື່ສຽງຂອງຈີນ, ເປັນບ້ານເກີດຂອງຢາພື້ນເມືອງຊົນເຜົ່າຢີ ແລະ ບ້ານເກີດຂອງວັດທະນະທຳຊົນເຜົ່າຢີ. ແຕ່ວັນທີ 27 ກັນຍາ ເຖິງ ວັນທີ 7 ຕຸລາ, ເມືອງຕ້າເຢົາຈະຈັດກິດຈະກຳຢ່າງຫລວງຫຼາຍເຊິ່ງມີ: ງານບຸນເກັບກ່ຽວພືດຜົນກະສິກຳຂອງຊາວກະສິກອນຕ້າເຢົາ ປີ2019 , ງານບຸນວັດທະນະທຳຂົງຈື້, ງານບຸນວັດທະນະທຳໝາກມັນຫໍ້ ແລະ ງານບຸນວັດທະນະທຳການຕັດຫຍິບຊົນເຜົ່າຢີ, ເພື່ອເປັນການສືບທອດ ແລະ ການພັດທະນາຄວາມສິວິໄລຂອງກະສິກຳເມືອງຕ້າເຢົາໄປອີກຂັ້ນຫນຶ່ງ ,ແລະສົ່ງເສີມວັດທະນະທຳເມືອງຕ້າເຢົາ, ເພື່ອຍົກສູງຄວາມນິຍົມ ແລະ ຊື່ສຽງຂອງເມືອງຕ້າເຢົາ, ພ້ອມທັງສົ່ງເສີມການພັດທະນາເສດຖະກິດ ແລະ ສັງຄົມຂອງເມືອງຕ້າເຢົາໃຫ້ດີຂື້ນ.