ການແລ່ນຍາມລາຕີກັບຫຼອດໄຟແລະສຳຜັດທິວທັດຍາມລາຕີທີ່ພິເສດຂອງເຂື່ອນທະເລສາບຕ່ຽນສື

2019-01-14 11:20:47 |ມາຈາກ: Yunnan Gateway

ໃນວັນທີ 12 ມັງກອນ,ກິດຈະກຳສະຫວັດດີການສັງຄົມທີ່ປິ່ນອ້ອມຫົວຂໍ້ “ການແລ່ນນຳແສງຫຼອດໄຟ ຈູດໃຫ້ມານດາແຫ່ງທະເລສາບເຮືອງຮຸ່ງ”ຂອງນະຄອນຄຸນໝິງປະຈຳປີ 2019 ໄດ້ຈັດຂຶ້ນທີ່ເຂື່ອນທະເລສາບຕ່ຽນສືຢ່າງຟົດຟື້ນ.ຊາວເມືອງຈຳນວນ 150 ຄົນໄດ້ຕິດຫ້ອຍຫຼອດໄຟແລະເລີ່ມການແລ່ນຍາມລາຕີທີ່ແຄມເຂື່ອນທະເລສາບຕ່ຽນສື,ຄຽງຄູ່ກັບການສຳຜັດທິວທັດຍາມລາຕີອັນສວຍງາມຂອງເຂື່ອນຕ່ຽນສື ຍັງໄດ້ຊຸກຍູ້ກຳລັງເພື່ອຮັກສາທະເລສາບແມ່ນໍ້າອີກດ້ວຍ.