ການວາງສະແດງຜົນສຳເລັດໃນຂະບວນການຊ່ວຍເຫລືອຄວາມທຸກຍາກຂອງຈີນຫົວຂໍ້ “ສະແຫວງຫາຊີວິດທີ່ດີງາມ”ໄດ້ຈັດຂຶ້ນທີ່ຕົວເມືອງຕົ້ນຕໍຂອງປະເທດມຽນມາ

2019-01-18 15:27:54 |ມາຈາກ: Yunnan Gateway

ການວາງສະແດງຄັ້ງນີ້ໄດ້ພັນລະນາເຖິງເລື່ອງທີ່ມີເອກະລັກຂອງການຊ່ວຍເຫຼືອຄວາມທຸກຍາກທີ່ແມ່ນຢໍາແລະຂະບວນການຫຼຸດພົ້ນອອກຈາກຄວາມທຸກຍາກຂອງຈີນຜ່ານຮູບພາບອັນມີຊີວິດຊີວາຈຳນວນ 40 ກວ່າແຜ່ນແລະເອກະສານຂໍ້ມູນຕົວໜັງສືອັນລະອຽດ ເພື່ອອະທິບາຍແນວຄິດການຊ່ວຍເຫຼືອຄວາມທຸກຍາກຂອງທ່ານ ສີຈິ້ນຜິງ ສູ່ທົ່ວໂລກ ວາງສະແດງຜົນສຳເລັດຂອງວຽກງານການຊ່ວຍເຫຼືອຄວາມທຸກຍາກຂອງປະເທດຈີນ ແລະແນະນຳແບບແຜນການຫລຸດຜ່ອນຄວາມທຸກຍາກຂອງປະເທດຈີນໃຫ້ທົ່ວໂລກ.ໃນໄລຍະສັບປະດາວັດທະນະທຳຈີນແລະມຽນມາ ການວາງສະແດງຜົນສຳເລັດໃນຂະບວນການຊ່ວຍເຫລືອຄວາມທຸກຍາກຂອງຈີນຈະຈັດການວາງສະແດງທີ່ສຳນັກງານບຶ້ມປ່າວປໍ່ນະຄອນມັນດາເລ ສະຖານີໂທລະພາບແຫ່ງຊາດຂອງປະເທດມຽນມາທີ່ນະຄອນເນປີດໍແລະສູນວັດທະນະທຳຈີນທີ່ນະຄອນຫຼວງຢາງກຸ້ງ ນີ້ເປັນການວາງສະແດງຄັ້ງທຳອິດຂອງປະເທດຈີນທີ່ໄດ້ຈັດຢູ່ປະເທດມຽນມາວ່າດ້ວຍຂະບວນການຫຼຸດພົ້ນອອກຈາກຄວາມທຸກຍາກ.