ໃນຕອນຄ່ຳຂອງວັນທີ 19 ມັງກອນ ງານລາຕີສະເຫຼີມສະຫຼອງບຸນກຸດຈີນປະຈຳປີ 2019 ທີ່ປິ່ນອ້ອມຫົວຂໍ້ “ຮ່ວມສະເຫຼີມສະຫຼອງມິດຕະພາບຈີນແລະມຽນມາ”ທີ່ຮ່ວມຈັດຂຶ້ນໂດຍຫ້ອງການຂ່າວສານຂອງສຳນັກງານນາຍົກລັດຖະມົນຕີຈີນ ສະຖານທູດຈີນປະຈຳປະເທດມຽນມາ ອໍານາດການປົກຄອງປະຊາຊົນແຂວງຢຸນນານ ກະຊວງໂຄນະນາປະເທດມຽນມາ ພະແນກກິດຈະກຳສາສະໜາແລະວັດທະນະທຳມຽນມາໄດ້ຈັດຂຶ້ນທີ່ນະຄອນຫຼວງຢາງກຸງ.ງານສະເຫຼີມສະຫຼອງຄັ້ງນີ້ຈະຖ່າຍອອກອາກາດທີ່ໂທລະພາບຢຸນນານ TV ໂທລະພາບ SKYNET ມຽນມາໃນໄລຍະບຸນກຸດຈີນ.ໂດຍໄດ້ຮັບຮູ້ວ່າ ງານລາຕີຄັ້ງນີ້ເປັນໜຶ່ງໃນກິດຈະກຳຂອງສັບປະດາວັດທະນະທຳລະຫວ່າງຈີນແລະມຽນມາປະຈຳປີ 2019.