ລູກ​ໝີ​ແພນ​ດາ​ຕ້ອນ​ຮັບບຸນ​ກຸດ​ຈີນ

2019-01-31 17:09:14 |ມາຈາກ: CRI

ວັນ​ທີ 29 ມັງ​ກອນ​ນີ້, ​ສວນ​ສັດ​ປ່າ​ສາງ​ລົງ​ກວາງ​ໂຈ່ວ​ຈີນ​ໄດ້​ກຽມ ເຂົ້າ​ໜົມ​ຈືນ ທີ່​ເປັນ​ອາ​ຫານກິນຫຼິ້ນ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ແຂວງກວາງ​ຕຸ້ງ ໃຫ້ລູກ​ໝີ​ແພນ​ດາ ​ສອງ​ໂຕທີ່​ຊື່​ວ່າ “ຫຼົງ​ຈາຍ” ​ແລະ “ຖິງ​ຈາຍ”​ທີ່​ຫາ​ກໍ່​ເກີດ​ໃນ​ເດືອນ​ກໍ​ລະ​ກົດ 2018 ຜ່ານ​ມາ ຖື​ວ່າ​ເປັນ​ການ​ຕ້ອນ​ຮັບ​ບຸນກຸດ​ຈີນ​ຄັ້ງ​ທຳ​ອິດ​ຂອງ​ເຂົາ​ເຈົ້າ.