ລວມມີຜູ້ທ່ຽວຊົມຈຳນວນ 2 ແສນກວ່າເທື່ອຄົນໄປທ່ຽວສວນສາທາລະນະຕ້າກວນໃນບຸນກຸດຈີນ

2019-02-12 17:05:52 |ມາຈາກ: Yunnan Gateway

ໃນຍາມບຸນກຸດຈີນປີນີ້,ມີດອກທິວລິບຈຳນວນ 120 ພັນຕົ້ນໄດ້ວາງສະແດງທີ່ສວນສາທາລະນະຕ້າກວນນະຄອນຄຸນໝິງແຂວງຢຸນນານ, ການວາງສະແດງໂຄມໄຟກໍໄດ້ອອກມາພົບກັບຊາວເມືອງອີກເທື່ອໜຶ່ງ ແລະພາຍໃນເຂດທິວທັດຍັງໄດ້ຈັດແຈງດອກດວງທີ່ປະດັບດ້ວຍດອກໄມ້ແລະຮູບຈຳລອງຕົ້ນໄມ້ຕ່າງໆເພື່ອໃຫ້ນັກທ່ອງທ່ຽວແລະຊາວເມືອງໄດ້ມາທ່ຽວຊົມ.ໂດຍການແນະນຳແລ້ວຮູ້ວ່າ ໃນໄລຍະຂອງບຸນກຸດຈີນ ມີຜູ້ມາທ່ຽວຊົມຈຳນວນ 2 ແສນກວ່າເທື່ອຄົນໄດ້ໄປທ່ຽວຊົມຢູ່ສວນສາທາລະນະຕ້າກວນ.ນອກຈາກນີ້ແລ້ວ ພາຍໃນໄລຍະບຸນຢວນຊ່ຽວປະຈຳປີ 2019 ສວນດັ່ງກ່າວຍັງຈະຈັດກິດຈະກຳການທວາຍຄຳແລະການປ່ອຍໂຄມແສງດອກໄມ້ຕ່າງໆທີ່ເປັນລະບົບ.