ຕາແສງຈິ້ນເສິງນະຄອນຄຸນໝິງໄດ້ຈັດກິດຈະກຳການຢຽບຫົນທາງໃນບຸນກຸດຈີນ

2019-02-13 17:53:21 |ມາຈາກ: Yunnan Gateway

ໃນວັນທີ 12 ເດືອນກຸມພາ(ວັນຂຶ້ນ 8 ຄ່ຳຕາມປະຕິທິນຈັນທະຄະຕິຈີນ), ຕາແສງຈິ້ນເສິງເຂດເມືອງຈິ້ນໜິງນະຄອນຄຸນໝິງໄດ້ຈັດກິດຈະກຳການຢຽບຫົນທາງຢ່າງໃຫຍ່ໂຕມະໂຫລານກໍຄື:ການຟ້ອນລວງເຊິດສິງໂຕ ນຸ່ງເຄື່ອງບູຮານໄປແຫ່ ການຟ້ອນລຳທຳເພງແລະອື່ນໆ.ທິມສິລະປະຈຳນວນ 20 ທິມທີ່ປະກອບດ້ວຍຊາວບ້ານແລະຊາວເມືອງໃນຊຸມຊົນທ້ອງຖິ່ນໄດ້ສະແດງວັດທະນະທຳປະເພນີອັນເປັນມູນເຊື້ອທີ່ມີເອກະລັກພິເສດຂອງທ້ອງຖິ່ນໃຫ້ມີສະເໜ່ຢ່າງຫຼວງຫຼາຍ ,ເຊິ່ງໄດ້ມອບງານບຸນວັດທະນະທຳຄັ້ງໜຶ່ງທີ່ເຕັມໄປດ້ວຍບັນຍາກາດອັນຟົດຟື້ນໃຫ້ແກ່ຊາວເມືອງແລະນັກທ່ອງທ່ຽວ.