ຖະໜົນບູຮານຄຸນໝິງກາຍເປັນ “ສະຖານທີ່ທີ່ຕ້ອງໄປ”ຂອງນັກທ່ອງທ່ຽວທີ່ມາຈາກຕ່າງແຂວງ

2019-02-14 16:45:59 |ມາຈາກ: Yunnan Gateway

ໃນໄລຍະວັນພັກບຸນກຸດຈີນ, ເຂດຖະໜົນບູຮານທີ່ມີປະຫວັດສາດຂອງນະຄອນຄຸນໝິງໄດ້ດຶງດູດນັກທ່ອງທ່ຽວຕ່າງແຂວງມາທ່ຽວຊົມຈຳນວນຫລວງຫລາຍ, ກຸ່ມເຄຫາສະຖານປະຫວັດສາດທີ່ໄດ້ຮັບການຮັກສາໄວ້ຢ່າງດີ ອາຫານຍີ່ຫໍ້ເກົ່າແກ່ທີ່ມີເອກະລັກພິເສດເຫຼົ່ານັ້ນໄດ້ກາຍເປັນ “ສະຖານທີ່ທີ່ຕ້ອງໄປ” ຂອງນັກທ່ອງທ່ຽວຕ່າງແຂວງເພື່ອທີ່ຈະສາມາດສຳຜັດກັບວັດທະນະທຳປະຫວັດສາດແລະລົດຊາດທ້ອງຖິ່ນຂອງນະຄອນຄຸນໝິງ.

ຖະໜົນບູຮານປະຫວັດສາດຄຸນໝິງເລີ່ມກໍ່ສ້າງໃນປີ 1119,ຈົນມາເຖິງປັດຈຸບັນໄດ້ມີປະຫວັດສາດ 900 ປີແລ້ວ ແລະກໍເປັນເຂດຖະໜົນປະຫວັດສາດທີ່ມີກຸ່ມຕຶກອາຄານຂອງປະຊາຊົນແລະຮ້ານຂາຍເຄື່ອງທີ່ມີເອກະລັກຂອງລາດຊະວົງຊິງແລະສະໄໝມິນ, ເຊິ່ງປັດຈຸບັນເປັນເຂດຖະຫນົນບູຮານປະຫວັດສາດທີ່ມີເນື້ອທີ່ໃຫຍ່ທີ່ສຸດແລະຈຳນວນຫຼາຍທີ່ສຸດໃນເຂດຕົວເມືອງຂອງນະຄອນຄຸນໝິງ,ຜ່ານການບູລະນະວາງແຜນໂດຍສັງລວມແລະການສ້ອມແປງອະນຸລັກເຄຫາສະຖານບູຮານຂອງຊຸມຊົນ, ເຄຫາສະຖານເກົ່າແກ່ຂອງຜູ້ມີຊື່ສຽງກຸ່ມໜຶ່ງໄດ້ສ່ອງແສງອອກເຖິງກຳລັງຊີວິດຊີວາອັນໃໝ່ອອກມາ ແລະກາຍເປັນເຂດຖະໜົນທີ່ມີສີສັນພິເສດທີ່ສາມາດສະແດງວັດທະນະທຳປະຫວັດສາດແລະການປ່ຽນແປງປະຫວັດສາດຂອງນະຄອນຄຸນໝິງໄດ້ອີກເທື່ອໜຶ່ງ.